108Enable
ຊັບພະຍາກອນອາຊີບຟຣີ

ຫ້ອງສະໝຸດອາຊີບ

ສຳຫຼວດຄໍເລັກຊັນ ebook ອາຊີບ — ຈາກການຂຽນ resume ຫາການກຽມສຳພາດ. ອ່ານສະຫຼຸບ ແລະ ຕິດຕໍ່ພວກເຮົາເພື່ອຮັບເນື້ອຫາເຕັມ.

01-ອາຊີບ ຊາວກະສິກອນ
ຫ້ອງສະໝຸດສາຍອາຊີບ01-ໝວດກະສິກຳແລະອາຫານ

01-ອາຊີບ ຊາວກະສິກອນ

ຊາວກະສິກອນ ແມ່ນຜູ້ທີ່ມີຄວາມຮູ້ ແລະ ຄວາມຊໍານານໃນການເຮັດກະສິກຳ ເຊັ່ນ: ປູກຝັງ, ລ້ຽງສັດ, ປະມົງ ເພື່ອຜະລິດອາຫານ, ຜະລິດຜົນຜະລິດອື່ນໆຈາກທໍາມະຊາດ ທີ່ສາມາດນຳໄປແປຮູບ ແລະ ປ້ອນເຂົ້າໂຮງຈັກໂຮງງານ ເພື່ອຜະລິດເປັນເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອສະໜອງຕາມຄວາມຕ້ອງການຂອງຄົນໃນສັງຄົມ.

ອ່ານຕົວຢ່າງ
02 - ຊາວປະມົງ
ຫ້ອງສະໝຸດສາຍອາຊີບ01-ໝວດກະສິກຳແລະອາຫານ

02 - ຊາວປະມົງ

ຊາວປະມົງ ແມ່ນຜູ້ທີ່ມີຄວາມຊໍານານກ່ຽວກັບການຫາ ຫຼື​ ລ້ຽງສັດນ້ຳ ເພື່ອເອົາມາຂາຍສ້າງລາຍໄດ້ໃຫ້ກັບຕົນເອງ, ຄອບຄົວ ແລະ ຕອບສະໜອງອາຫານຕາມຄວາມຕ້ອງການຂອງຄົນໃນສັງຄົມ ເຊັ່ນ: ປາ, ປູ ຫຼື ສັດນ້ຳປະເພດຕ່າງໆ ທີ່ບໍ່ແມ່ນສັດນ້ຳທີ່ຫວງຫ້າມ. ໃນບາງພື້ນທີ່ຜູ້ທີ່ປະກອບອາຊີບເປັນຊາວປະມົງຈະຕ້ອງມີໃບອະນຸຍາດໃນການຫາປາຢ່າງຖືກຕ້ອງ.

ອ່ານຕົວຢ່າງ
03 - ຊ່າງກໍ່ສ້າງ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

03 - ຊ່າງກໍ່ສ້າງ

ຊ່າງກໍ່ສ້າງ ໝາຍເຖິງຜູ້ທີ່ມີຄວາມຊໍານານໃນການກໍ່ສ້າງ ເຊິ່ງອີງຕາມການອອກແບບຂອງນັກສະຖາປະນິກ ແລະ ວິສະວະກອນເຊັ່ນ: ອາຄານບ້ານເຮືອນ, ຫ້ອງການ ແລະ ສໍານັກງານຕ່າງໆໃຫ້ມີຄວາມໝັ້ນຄົງ ແລະ ປອດໄພ.

ອ່ານຕົວຢ່າງ
04 - ຊ່າງໄຟຟ້າ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

04 - ຊ່າງໄຟຟ້າ

ຊ່າງໄຟຟ້າ ແມ່ນຜູ້ທີ່ສ້າງ ຫຼື ຜະລິດ, ສ້ອມແປງ, ຕິດຕັ້ງວົງຈອນ ຫຼື ອຸປະກອນເຄື່ອງໃຊ້ໄຟຟ້າໃນຄົວເຮືອນ, ສະຖານປະກອບການ ແລະ ໂຮງງານ ເພື່ອສະໜອງຕາມຄວາມຕ້ອງການຂອງມະນຸດໃນຊີວິດປະຈໍາວັນ.

ອ່ານຕົວຢ່າງ
05 - ຊ່າງເພດານ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

05 - ຊ່າງເພດານ

ຊ່າງເພດານ (Ceilling Worker) ແມ່ນຜູ້ທີ່ມີຄວາມຮູ້ກ່ຽວກັບການຕິດຕັ້ງ, ຕົກແຕ່ງ ແລະ ສ້ອມແປງກ່ຽວກັບເພດານໂດຍສະເພາະ ເຊິ່ງຊ່າງເພດານຍັງແມ່ນຜູ້ທີ່ຕິດຕັ້ງກະເບື້ອງຝາເພດານ, ຕິດຕັ້ງວັດສະດຸກັນສຽງ, ຕິດຕັ້ງດອກໄຟປະດັບ ແລະ ອື່ນໆ ເພື່ອຕອບໂຈດຕາມຄວາມຕ້ອງການຂອງລູກຄ້າໃນສະຖານທີ່ຕ່າງໆ.

ອ່ານຕົວຢ່າງ
06 - ຊ່າງສ້ອມແປງແອ (ເຮືອນ)
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

06 - ຊ່າງສ້ອມແປງແອ (ເຮືອນ)

ຊ່າງສ້ອມແປງແອ ແມ່ນອີກອາຊີບໜຶ່ງທີ່ຂຶ້ນຊື່ວ່າເປັນອາຊີບບໍລິການ ເຮັດໜ້າທີ່ຫຼັກໆໃນການຕິດຕັ້ງ - ຖອນການຕິດຕັ້ງ, ບໍາລຸງຮັກສາ, ທຳຄວາມສະອາດ ແລະ ສ້ອມແປງກ່ຽວກັບແອ.

ອ່ານຕົວຢ່າງ
07 - ວິສະວະກອນອຸທົກກະສາດ/ວິສະວະກອນນໍ້າ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

07 - ວິສະວະກອນອຸທົກກະສາດ/ວິສະວະກອນນໍ້າ

ວິສະວະກອນອຸທົກກະສາດ ຫຼື ອີກຊື່ໜຶ່ງແມ່ນວິສະວະກອນນໍ້າ ທີ່ເຮັດວຽກເຈາະຈົງກ່ຽວກັບນໍ້າໂດຍສະເພາະ ເຊິ່ງສຶກສາກ່ຽວກັບການເຄື່ອນເໜັງ, ແຫຼ່ງກໍາເນີດ ແລະ ຄຸນນະພາບຂອງນ້ຳທີ່ຢູ່ເທິງພື້ນດິນ ແລະ ໃຕ້ດິນ ລວມໄປເຖິງການໝູນວຽນຂອງນ້ຳອີກດ້ວຍ.

ອ່ານຕົວຢ່າງ
08 - ວິສະວະກອນບໍ່ແຮ່
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

08 - ວິສະວະກອນບໍ່ແຮ່

ວິສະວະກອນບໍ່ແຮ່ ແມ່ນວິຊາການທີ່ສໍາຫຼວດ, ວາງແຜນ, ອອກແບບວິທີການຂຸດເຈາະ ແລະ ດໍາເນີນການຂຸດເຈາະຊັບພະຍາກອນທຳມະຊາດທີ່ຢູ່ໃຕ້ດິນ ເປັນຕົ້ນແມ່ນ: ແຮ່ທາດ, ນ້ຳມັນ ແລະ ກ໊າສທຳມະຊາດຈາກແຫຼ່ງກັກເກັບໃຕ້ຜິວດິນທີ່ສໍາຫຼວດ.

ອ່ານຕົວຢ່າງ
09 - ວິສະວະກອນໂຍທາ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

09 - ວິສະວະກອນໂຍທາ

ວິສະວະກອນໂຍທາ ແມ່ນຜູ້ຊ່ຽວຊານທີ່ສາມາດວິເຄາະ, ວາງແຜນ, ອອກແບບ, ຄວບຄຸມກ່ຽວກັບການກໍ່ສ້າງເນື່ອງຈາກວ່າວິສະວະກອນໂຍທາມີຄວາມຮູ້ສະເພາະດ້ານກ່ຽວກັບໂຄງສ້າງ ເຊັ່ນ: ໂຄງສ້າງຕຶກອາຄານ, ຂົວ, ເຂື່ອນ, ໂຄງລ່າງພື້ນຖານອື່ນໆ ລວມໄປເຖິງສະພາບຄວາມສໍາຄັນໃນການກໍ່ສ້າງ ເປັນຕົ້ນແມ່ນສະພາບດິນຟ້າອາກາດ, ການເກີດປະຕິກິຍາທາງດ້ານເຄມີ ແລະ ການຮັບແຮງຕ່າງໆ, ພາຍຸ ແລະ ອື່ນໆທີ່ມີຜົນຕໍ່ການກໍ່ສ້າງ ເພື່ອໃຫ້ການກໍ່ສ້າງມີຄວາມປອດໄພ ແລະ ມີຄວາມທົນທານທີ່ສຸດ.

ອ່ານຕົວຢ່າງ
10 - ວິສະວະກອນໄຟຟ້າ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

10 - ວິສະວະກອນໄຟຟ້າ

ວິສະວະກອນໄຟຟ້າ ແມ່ນຜູ້ທີ່ວາງແຜນ, ອອກແບບກ່ຽວກັບລະບົບໄຟຟ້າ, ຕິດຕັ້ງ, ເບິ່ງແຍງຮັກສາ, ກວດສອບ, ສ້ອມແປງ ແລະ ໃຊ້ຄວາມຮູ້ທີ່ມີ ເພື່ອແກ້ໄຂບັນຫາກ່ຽວກັບລະບົບໄຟຟ້າ, ເຄື່ອງໃຊ້ໄຟຟ້າ ຫຼື ລະບົບວົງຈອນຕ່າງໆທີ່ກ່ຽວຂ້ອງກັບໄຟຟ້າ.

ອ່ານຕົວຢ່າງ
11 - ວິສະວະກອນຂົວ-ທາງ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

11 - ວິສະວະກອນຂົວ-ທາງ

ວິສະວະກອນຂົວ-ທາງ ແມ່ນຜູ້ທີ່ມີຄວາມຮູ້ໂດຍສະເພາະກ່ຽວກັບຂົວ ແລະ ເສັ້ນທາງ ເປັນຕົ້ນແມ່ນການກວດສອບການອອກແບບ, ການວິເຄາະໂຄງສ້າງ, ການວາງແຜນ, ການຄວບຄຸມ, ກໍ່ສ້າງ-ສ້ອມແປງຂົວ ແລະ ຖະໜົນຫົນທາງ ເພື່ອຄວາມປອດໄພ, ມີປະສິດທິພາບ ເຊິ່ງໄດ້ນຳໃຊ້ວິທະຍາສາດຄອມພິວເຕີມາປະຍຸກໃຊ້ຮ່ວມກັນ ເພື່ອອອກແບບໂຄງສ້າງຕ່າງໆໃຫ້ອອກມາເໝາະສົມ ແລະ ດີທີ່ສຸດ.

ອ່ານຕົວຢ່າງ
12 - ວິສະວະກອນໄຟຟ້າພະລັງງານນ້ຳ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

12 - ວິສະວະກອນໄຟຟ້າພະລັງງານນ້ຳ

ວິສະວະກອນໄຟຟ້າພະລັງງານນ້ຳ ແມ່ນຜູ້ທີ່ຄົ້ນຄວ້າ, ອອກແບບກໍ່ສ້າງ, ວາງແຜນ ແລະ ບໍາລຸງຮັກສາກ່ຽວກັບໂຮງໄຟຟ້າ ເຊິ່ງລວມເຖິງເຂື່ອນ, ສະຖານທີ່ຜະລິດພະລັງງານທີ່ກ່ຽວກັບນໍ້າ ແລະ ອື່ນໆ. ນອກຈາກນັ້ນ, ວິສະວະກອນໄຟຟ້າພະລັງງານນໍ້າຍັງແມ່ນຜູ້ທີ່ວາງຍຸດທະສາດ ແລະ ພັດທະນາແຜນການໃນການຜະລິດພະລັງງານທີ່ພຽງພໍ ແລະ ມີການວິເຄາະກ່ຽວກັບຜົນທີ່ກະທົບຕໍ່ສິ່ງແວດລ້ອມອ້ອມຂ້າງ.

ອ່ານຕົວຢ່າງ
13 - ສະຖາປະນິກ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

13 - ສະຖາປະນິກ

ສະຖາປະນິກ ແມ່ນຜູ້ທີ່ອອກແບບອາຄານປະເພດຕ່າງໆໃຫ້ສວຍງາມ ແລະ ສອດຄ່ອງກັບພູມສັນຖານ, ດິນຟ້າອາກາດ, ກົດໝາຍ, ການນຳໃຊ້ຄວາມຮູ້, ຄວາມສາມາດທາງດ້ານສິລະປະ ແລະ ເຕັກນິກ ໂດຍຄຳນຶງເຖິງຄວາມເປັນໄປໄດ້ຂອງພື້ນທີ່, ປະຢັດຄ່າໃຊ້ຈ່າຍໃນການກໍ່ສ້າງ ແລະ ພະລັງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ອາໄສ ແລະ ຜູ້ໃຊ້ອາຄານ.

ອ່ານຕົວຢ່າງ
14 - ນັກພູມີສະຖາປະນິກ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

14 - ນັກພູມີສະຖາປະນິກ

ນັກພູມີສະຖາປະນິກ ແມ່ນຜູ້ທີ່ມີຄວາມຮູ້ ແລະ ຊຳນານດ້ານການອອກແບບ, ຈັດການພື້ນທີ່ພາຍນອກຂອງຕຶກ, ອາຄານ, ສວນຂະໜາດນ້ອຍ, ສວນສາທາລະນະ, ສວນສັດ, ສະໜາມກິລາ, ຟາມ ແລະ ການຕົກແຕ່ງພາຍນອກອື່ນໆ. ນອກນັ້ນ, ຍັງລວມເຖິງພື້ນທີ່ຂະໜາດໃຫຍ່ ເຊັ່ນ: ການວາງແຜນຜັງເມືອງ ເປັນຕົ້ນ. ເຊິ່ງນັກພູມີສະຖາປະນິກແມ່ນຈະຄຳນຶງເຖິງທຳມະຊາດ ເພື່ອສາມາດອອກແບບໃຫ້ເໝາະສົມກັບບໍລິບົດ ແລະ ສະພາບສະເພາະຂອງພື້ນທີ່ຕາມຍຸກສະໄໝຂອງປັດຈຸບັນ ເຮັດໃຫ້ມີການພົວພັນລະຫວ່າງທໍາມະຊາດ ແລະ ຄົນ.

ອ່ານຕົວຢ່າງ
15 - ນັກອອກແບບ ແລະ ຕົກແຕ່ງພາຍໃນ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

15 - ນັກອອກແບບ ແລະ ຕົກແຕ່ງພາຍໃນ

ນັກອອກແບບ ແລະ ຕົກແຕ່ງພາຍໃນ ແມ່ນຜູ້ທີ່ຄິດ-ວາງແຜນໃນການອອກແບບ ແລະ ຕົກແຕ່ງພາຍໃນພື້ນທີ່ ເຊັ່ນ: ພາຍໃນຕຶກອາຄານ, ທີ່ຢູ່ອາໄສ, ໂຮງແຮມ, ຕຶກສໍານັກງານ ແລະ ສະຖານທີ່ຕ່າງໆໃຫ້ມີຄວາມສວຍງາມ, ເໝາະສົມກັບຕຶກອາຄານພາຍນອກ; ໂດຍການອອກແບບ ແລະ ຕົກແຕ່ງພາຍໃນແມ່ນຈໍາເປັນຕ້ອງໄດ້ໃຊ້ສິລະປະ, ຄໍານຶງເຖິງຄວາມເໝາະສົມກັບພື້ນທີ່ ແລະ ຄໍານຶງເຖິງວັດຖຸດິບທີ່ໃຊ້ໃນການຕົກແຕ່ງ.

ອ່ານຕົວຢ່າງ
16 - ນັກອຸຕຸນິຍົມວິທະຍາ
ຫ້ອງສະໝຸດສາຍອາຊີບ02-ໝວດຊັບພະຍາກອນ, ທຳມະຊາດ, ສິ່ງແວດລ້ອມ, ພະລັງງານ, ການກໍ່ສ້າງ

16 - ນັກອຸຕຸນິຍົມວິທະຍາ

ນັກອຸຕຸນິຍົມວິທະຍາ ແມ່ນນັກປະຫວັດສາດປະເພດໜຶ່ງ ທີ່ເຮັດການສຶກສາ, ຄົ້ນຄວ້າ, ວິໄຈກ່ຽວກັບລົມ, ຟ້າ, ອາກາດ ລວມເຖິງປາກົດການທາງທຳມະຊາດຕ່າງໆພາຍໃນໂລກ ເຖິງລະດັບຊັ້ນບັນຍາກາດຂອງໂລກ ໂດຍອາໄສການວິເຄາະ, ຄໍານວນຂໍ້ມູນທາງອຸຕຸນິຍົມວິທະຍາປະເພດຕ່າງໆ ໂດຍອາໄສຄວາມຮູ້ທາງຄະນິດສາດ, ຟີຊິກ, ແຜນທີ່ທາງອາກາດ, ການຖ່າຍພາບຈາກດາວທຽມອຸຕຸນິຍົມວິທະຍາ ແລະ ດາວທຽມສໍາຫຼວດຊັບພະຍາກອນທາງທໍາມະຊາດ ເພື່ອພະຍາກອນອາກາດ ແລະ ໄພພິບັດທາງທໍາມະຊາດທີ່ຈະເກີດຂຶ້ນໃນອະນາຄົດ.

ອ່ານຕົວຢ່າງ
17 - ວິສະວະກອນກົນຈັກ
ຫ້ອງສະໝຸດສາຍອາຊີບ03-ໝວດການຜະລິດ, ວິສະວະກຳ, ເຄື່ອງຈັກ

17 - ວິສະວະກອນກົນຈັກ

ວິສະວະກອນກົນຈັກ ແມ່ນຜູ້ທີ່ອອກແບບເຄື່ອງຈັກ, ຈັດການໂຮງງານ ເຊັ່ນ: ອອກແບບຄິດໄລ່ຊິ້ນສ່ວນ ຫຼື ສ່ວນປະກອບຂອງເຄື່ອງຈັກ, ຮັບຜິດຊອບໃນການເບິ່ງແຍງເຄື່ອງກົນຈັກໃຫ້ດໍາເນີນໄດ້ຢ່າງເປັນປົກກະຕິ. ຕົວຢ່າງເຊັ່ນ: ໂຮງງານການຜະລິດສິນຄ້າອຸປະໂພກບໍລິໂພກ, ໂຮງງານຜະລິດເຄື່ອງນຸ່ງຫົ່ມ ເປັນຕົ້ນ.

ອ່ານຕົວຢ່າງ
18 - ວິສະວະກອນອຸດສາຫະກຳ
ຫ້ອງສະໝຸດສາຍອາຊີບ03-ໝວດການຜະລິດ, ວິສະວະກຳ, ເຄື່ອງຈັກ

18 - ວິສະວະກອນອຸດສາຫະກຳ

ວິສະວະກອນອຸດສາຫະກຳ ແມ່ນວິສະວະກອນທີ່ອອກແບບ, ສ້າງລະບົບຕ່າງໆ ແລະ ພັດທະນາລະບົບໃຫ້ມີປະສິດທິພາບ ເຊິ່ງລະບົບຕ່າງໆນັ້ນແມ່ນບໍ່ໄດ້ມີແຕ່ຢູ່ໃນໂຮງງານເທົ່ານັ້ນ ແຕ່ຍັງລວມເຖິງລະບົບທີ່ຢູ່ໃນທຸລະກິດອື່ນໆຕື່ມອີກ ເຊັ່ນ: ທຸລະກິດບໍລິການ, ການຂົນສົ່ງ, ການຜະລິດ ເປັນຕົ້ນ.

ອ່ານຕົວຢ່າງ
19 -  ວິສະວະກອນວັດສະດຸ
ຫ້ອງສະໝຸດສາຍອາຊີບ03-ໝວດການຜະລິດ, ວິສະວະກຳ, ເຄື່ອງຈັກ

19 - ວິສະວະກອນວັດສະດຸ

ວິສະວະກອນວັດສະດຸ ແມ່ນບຸກຄົນທີ່ມີຄວາມຮູ້ໂດຍສະເພາະກ່ຽວກັບວັດສະດຸ ເຊັ່ນ: ການອອກແບບວັດສະດຸທີ່ໃຊ້ໃນການຜະລິດ, ວິທີການແກ້ໄຂປັບປຸງຄຸນສົມບັດຂອງວັດສະດຸ, ວິເຄາະຜົນໄດ້ຜົນເສຍລະຫວ່າງຄ່າໃຊ້ຈ່າຍກັບຄຸນນະພາບຂອງວັດສະດຸ ເພື່ອໃຊ້ໃນອຸດສາຫະກຳ ແລະ ຂະບວນການຂຶ້ນຮູບຂອງວັດສະດຸຊະນິດຕ່າງໆ ເປັນຕົ້ນ.

ອ່ານຕົວຢ່າງ
20 - ຊ່າງກົນຈັກໂຮງງານ
ຫ້ອງສະໝຸດສາຍອາຊີບ03-ໝວດການຜະລິດ, ວິສະວະກຳ, ເຄື່ອງຈັກ

20 - ຊ່າງກົນຈັກໂຮງງານ

ຊ່າງກົນຈັກໂຮງງານ ແມ່ນຜູ້ທີ່ເບິ່ງແຍງຮັກສາ, ກວດກາ, ສ້ອມແປງ ແລະ ຄວບຄຸມເຄື່ອງຈັກການຜະລິດຕ່າງໆຢູ່ໃນໂຮງງານ ເພື່ອໃຫ້ການຜະລິດໄດ້ຮັບປະສິດທິພາບ ແລະ ເພື່ອໃຫ້ຜູ້ເຮັດວຽກຄົນອື່ນໆໄດ້ຮັບຄວາມປອດໄພ.

ອ່ານຕົວຢ່າງ
21 -  ຊ່າງໄມ້ເຟີນິເຈີ
ຫ້ອງສະໝຸດສາຍອາຊີບ03-ໝວດການຜະລິດ, ວິສະວະກຳ, ເຄື່ອງຈັກ

21 - ຊ່າງໄມ້ເຟີນິເຈີ

ຊ່າງໄມ້ເຟີນິເຈີ ແມ່ນຜູ້ທີ່ມີຄວາມເຂົ້າໃຈໃນສ່ວນຕ່າງໆຂອງໄມ້ ແລະ ມີຄວາມຮູ້ກ່ຽວກັບໄມ້ເປັນຢ່າງດີ. ນອກຈາກນັ້ນ, ຊ່າງໄມ້ຍັງໄດ້ໃຊ້ຄວາມຄິດສ້າງສັນເຂົ້າໃນການເຮັດວຽກ ເຊັ່ນ: ການອອກແບບ, ການແກະສະຫຼັກຜະລິດຕະພັນ ເພື່ອຕອບໂຈດກັບຄວາມຕ້ອງການຂອງລູກຄ້າ ແລະ ໃຫ້ເໝາະສົມກັບການໃຊ້ງານ.

ອ່ານຕົວຢ່າງ
22 - ນັກອອກແບບຜະລິດຕະພັນ
ຫ້ອງສະໝຸດສາຍອາຊີບ03-ໝວດການຜະລິດ, ວິສະວະກຳ, ເຄື່ອງຈັກ

22 - ນັກອອກແບບຜະລິດຕະພັນ

ນັກອອກແບບຜະລິດຕະພັນ ແມ່ນຜູ້ທີ່ມີຄວາມຮູ້ດ້ານການຄິດຄົ້ນ ແລະ ອອກແບບຜະລິດຕະພັນຕ່າງໆ ໃຫ້ກັບໂຮງງານອຸດສາຫະກຳ ຫຼື ສິນຄ້າຫັດຖະກຳ ໂດຍຜ່ານຂະບວນການຄິດວິເຄາະ, ວິໄຈກ່ຽວກັບຫຼາຍຢ່າງ ເຊັ່ນ: ວັດຖຸດິບ, ຂະບວນການຜະລິດ ແລະ ອື່ນໆ ເພື່ອຕອບໂຈດບັນຫາທີ່ເກີດຂຶ້ນໃນຊີວິດປະຈໍາວັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ເຊັ່ນ: ກ່ອງບັນຈຸອາຫານ, ກະເປົ໋າ ແລະ ອື່ນໆ.

ອ່ານຕົວຢ່າງ
23 - ຈິດຕະແພດ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

23 - ຈິດຕະແພດ

ຈິດຕະແພດ (Psychiatris) ແມ່ນແພດສາຂາໜຶ່ງທີ່ສາມາດບົ່ງມະຕິພະຍາດ, ສາມາດໃຫ້ຢາ, ເບິ່ງແຍງ, ຮັກສາຜູ້ປ່ວຍທີ່ມີຄວາມຜິດປົກກະຕິທາງດ້ານຄວາມຄິດ ແລະ ຈິດໃຈ ເຊິ່ງມີສາເຫດມາຈາກຄວາມຜິດປົກກະຕິໃນການເຮັດວຽກຂອງສະໝອງ ໂດຍຈິດຕະແພດມີຄວາມຮູ້ຄວາມເຂົ້າໃຈທາງດ້ານຮ່າງກາຍ ແລະ ສະໝອງ ເພື່ອຈະສາມາດຮັບຮູ້ເຖິງຄວາມຜິດປົກກະຕິຂອງສະໝອງ ຈົນສົ່ງຜົນໃຫ້ຜູ້ປ່ວຍມີຄວາມຄິດ ແລະ ພຶດຕິກຳທີ່ຜິດປົກກະຕິ.

ອ່ານຕົວຢ່າງ
24 - ທີ່ປຶກສາດ້ານສຸຂະພາບຈິດ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

24 - ທີ່ປຶກສາດ້ານສຸຂະພາບຈິດ

ທີ່ປຶກສາດ້ານສຸຂະພາບຈິດແມ່ນຜູ້ທີ່ເນັ້ນໃນການສ້າງສາຍສໍາພັນ, ມີຄວາມເຂົ້າໃຈຜູ້ທີ່ມາໃຊ້ບໍລິການ ແລະ ຮັບຟັງພວກເຂົາດ້ວຍຄວາມເປີດໃຈ, ເປັນທີ່ປຶກສາທີ່ສາມາດແນະນໍາ, ແນະແນວໃຫ້ກັບຜູ້ໃຊ້ບໍລິການ ເພື່ອຫາທາງອອກທີ່ດີທີ່ສຸດໃຫ້ກັບເຂົາເຈົ້າ ແລະ ເພື່ອໃຫ້ຄົນເຈັບມີວິທີການໃນການຮັບມືກັບບັນຫາສຸຂະພາບຈິດທີ່ກໍາລັງເກີດຂຶ້ນຢູ່.

ອ່ານຕົວຢ່າງ
25 - ສັດຕະວະແພດ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

25 - ສັດຕະວະແພດ

ອາຊີບສັດຕະວະແພດ ຫຼື ເວົ້າໃຫ້ເຂົ້າໃຈສັ້ນໆວ່າ "ໝໍສັດ" ແມ່ນຜູ້ທີ່ມີຄວາມຮູ້ກ່ຽວກັບສັດຫຼາຍເປັນພິເສດ ແລະ ສາມາດບົ່ງມະຕິພະຍາດ ພ້ອມທັງຫາສາເຫດຂອງການເຈັບປ່ວຍ, ສາມາດສັ່ງຍາ ຫຼື ຜ່າຕັດສັດທີ່ມີອາການເຈັບປ່ວຍ ເພາະສັດກໍຄືກັນກັບຄົນ ເມື່ອເວລາບໍ່ສະບາຍກໍຕ້ອງການໝໍ ເພື່ອເບິ່ງແຍງ ແລະ ຮັກສາ.

ອ່ານຕົວຢ່າງ
26 - ທັນຕະແພດ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

26 - ທັນຕະແພດ

ທັນຕະແພດ ແມ່ນຜູ້ທີ່ມີຄວາມຮູ້ກ່ຽວກັບສຸຂະພາບທາງຜົ້ງປາກເປັນຢ່າງດີ ນັບຕັ້ງແຕ່ແຂ້ວ, ຜົ້ງປາກ, ເພດານປາກ, ເຟັ້ນແຂ້ວ ເຊິ່ງເປົ້າໝາຍຂອງອາຊີບນີ້ແມ່ນການທີ່ໄດ້ຮັກສາ ແລະ ເບິ່ງແຍງຜົ້ງປາກໃຫ້ຄົນເຈັບກັບມາໃຊ້ຊີວິດປະຈຳວັນໄດ້ຢ່າງປົກກະຕິ ໂດຍການຮັກສາແມ່ນຫາວິທີທີ່ເຮັດໃຫ້ຄົນເຈັບ ເຈັບໜ້ອຍທີ່ສຸດ ແລະ ເຮັດໃຫ້ຜົ້ງປາກຂອງຄົນເຈັບກັບມາໃຊ້ງານໄດ້ດີທີ່ສຸດ.

ອ່ານຕົວຢ່າງ
27 - ນັກເພສັດຊະກອນ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

27 - ນັກເພສັດຊະກອນ

ນັກເພສັດຊະກອນ ແມ່ນຜູ້ທີ່ມີຄວາມຮູ້ສະເພາະດ້ານກ່ຽວກັບການຢາ ແລະ ເຮັດວຽກຕ່າງໆກ່ຽວກັບການຜະລິດ, ການວິໄຈຄົ້ນຄວ້າ, ກວດສອບ, ຄວບຄຸມ ແລະ ຈັດຊື້ຈໍາໜ່າຍກ່ຽວກັບຢາ ພ້ອມທັງເປັນຜູ້ໃຫ້ຄໍາແນະນໍາກັບຄົນທີ່ນໍາໃຊ້ຢາ ເພື່ອຜູ້ທີ່ນໍາໃຊ້ຢາຈະໄດ້ຮູ້ຈັກຢາທີ່ບໍ່ເປັນອັນຕະລາຍ ແລະ ເກີດຜົນປະໂຫຍດສູງສູດ.

ອ່ານຕົວຢ່າງ
28 -ນັກຈິດຕະວິທະຍາ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

28 -ນັກຈິດຕະວິທະຍາ

ນັກຈິດຕະວິທະຍາ ແມ່ນບຸກຄົນທີ່ສຶກສາລົງເລິກທາງດ້ານຈິດໃຈຂອງມະນຸດ ແລະ ມີຄວາມຊ່ຽວຊານທາງດ້ານສະພາວະຈິດໃຈ, ອາລົມ, ສະຕິປັນຍາ, ສັງຄົມ ທີ່ສົ່ງຜົນກະທົບຕໍ່ພຶດຕິກຳ, ທັດສະນະຄະນິ ແລະ ການໃຊ້ຊີວິດຂອງຄົນ. ​ນອກນັ້ນ, ຍັງເປັນບຸກຄົນທີ່ສຶກສາທາງດ້ານຈິດຕະວິທະຍາທີ່ຄວບຄຸມໄປເຖິງບັນຫາທາງດ້ານຈິດໃຈທີ່ຊັບຊ້ອນໃນອີກຫຼາຍສ່ວນ ໂດຍສະເພາະການສຶກສາວິໄຈກ່ຽວກັບພຶດຕິກຳຂອງຄົນ ແລະ ພຶດຕິກຳການຕອບສະໜອງຂອງສັດທີ່ໃກ້ຄຽງກັບມະນຸດ ເພື່ອຫາວິທີທາງຊ່ວຍເຫຼືອ, ສົ່ງເສີມ ແລະ ສະໜັບສະໜູນຕໍ່ການປ່ຽນແປງນັ້ນໆໃຫ້ໄປໃນທາງທີ່ດີຂຶ້ນ.

ອ່ານຕົວຢ່າງ
29 - ນັກກາຍະພາບບໍາບັດ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

29 - ນັກກາຍະພາບບໍາບັດ

ນັກກາຍະພາບບໍາບັດ ແມ່ນຜູ້ທີ່ມີຄວາມຮູ້ດ້ານວິທະຍາສາດສຸຂະພາບ ໂດຍນໍາໃຊ້ຄວາມຮູ້ທີ່ມີເຂົ້າໃນການກວດ, ປະເມີນ, ບົ່ງມະຕິ, ປ້ອງກັນ ແລະ ຮັກສາຄົນເຈັບທີ່ມີບັນຫາທາງດ້ານກາຍະພາບ (ຮ່າງກາຍ) ແລະ ການເຄື່ອນໄຫວຮ່າງກາຍທີ່ຜິດປົກກະຕິ ເຊັ່ນ: ອໍາມະພຶກ, ອໍາມະພາດ,​ ຮ່າງກາຍເສື່ອມສະພາບ ເປັນຕົ້ນ. ນອກນັ້ນ, ນັກກາຍະພາບຍັງແມ່ນຜູ້ທີ່ສາມາດນໍາໃຊ້ເຕັກໂນໂລຊີເຂົ້າໃນການຮັກສາຄົນເຈັບປ່ວຍ ເພື່ອໃຫ້ຮ່າງກາຍກັບມາເຄື່ອນໄຫວ ຫຼື ມີສຸຂະພາບທີ່ດີອີກຄັ້ງ.

ອ່ານຕົວຢ່າງ
30 - ນັກໂພຊະນາການ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

30 - ນັກໂພຊະນາການ

ນັກໂພຊະນາການ ແມ່ນໜຶ່ງໃນອາຊີບດ້ານວິທະຍາສາດສຸຂະພາບ ທີ່ແນະນຳ, ຈັດກຽມ, ເບິ່ງແຍງດ້ານອາຫານ ໃຫ້ກັບບຸກຄົນໃນສັງຄົມ ເຊັ່ນ: ຄົນເຈັບ, ຄົນປ່ວຍ, ເດັກນ້ອຍ ແລະ ຄົນອື່ນໆທີ່ກ່ຽວຂ້ອງ ເພື່ອຄຸນຄ່າທາງໂພຊະນາການທີ່ເໝາະສົມ ແລະ ເປັນປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາ.

ອ່ານຕົວຢ່າງ
31 - ແພດ / ໝໍ
ຫ້ອງສະໝຸດສາຍອາຊີບ04-ໝວດການບໍລິການ ເບິ່ງແຍງສຸຂະພາບ

31 - ແພດ / ໝໍ

ແພດ ຫຼື ເອີ້ນອີກຊື່ໜຶ່ງວ່າໝໍ ແມ່ນຜູ້ທີ່ມີຄວາມຮູ້ກ່ຽວກັບສຸຂະພາບຢ່າງເລິກເຊິ່ງ ແລະ ເປັນຜູ້ທີ່ສາມາດບົ່ງມະຕິພະຍາດ, ສັ່ງຢາ, ຜ່າຕັດ ແລະ ຮັກສາອາການ ການເຈັບເປັນຂອງຄົນເຈັບ ໂດຍການນໍາໃຊ້ຄວາມຮູ້ທາງດ້ານວິທະຍາສາດທໍາມະຊາດຕັ້ງແຕ່ການກວດຮ່າງກາຍຈົນໄປເຖິງຂັ້ນຕອນການຮັກສາ ໂດຍມີເປົ້າໝາຍຫຼັກຄືການປິ່ນປົວຮັກສາ, ເບິ່ງແຍງຜູ້ທີ່ມີອາການເຈັບປ່ວຍໃຫ້ຫາຍດີ ແລະ ສາມາດກັບໄປໃຊ້ຊີວິດໄດ້ປົກກະຕິ.

ອ່ານຕົວຢ່າງ
34 - ພະນັກງານຂັບລົດໄຟ
ຫ້ອງສະໝຸດສາຍອາຊີບ05-ໝວດຈາລະຈອນ, ການຈໍາໜ່າຍ, ການຂົນສົ່ງ ການໄປສະນີ

34 - ພະນັກງານຂັບລົດໄຟ

ພະນັກງານຂັບລົດໄຟ ໝາຍເຖິງຄົນທີ່ມີຄວາມຮູ້ກ່ຽວກັບຄຸນສົມບັດທາງເທັກນິກ ຫຼື ວິທີການຂອງເຄື່ອງ ແລະ ອຸປະກອນອັດຕະໂນມັດໃນສ່ວນຫົວຂອງລົດໄຟ ເຊິ່ງເປັນຄົນທີ່ຂັບລົດໄຟ ເພື່ອສົ່ງຜູ້ໂດຍສານໃຫ້ໄປຮອດຈຸດໝາຍປາຍທາງຢ່າງປອດໄພ ແລະ ຕົງຕາມເວລາ.

ອ່ານຕົວຢ່າງ
32 - ພະນັກງານຂົນສົ່ງອາຫານ
ຫ້ອງສະໝຸດສາຍອາຊີບ05-ໝວດຈາລະຈອນ, ການຈໍາໜ່າຍ, ການຂົນສົ່ງ ການໄປສະນີ

32 - ພະນັກງານຂົນສົ່ງອາຫານ

ພະນັກງານຂົນສົ່ງອາຫານ ແມ່ນຜູ້ທີ່ອໍານວຍຄວາມສະດວກໃນການຂົນສົ່ງອາຫານໃຫ້ກັບລູກຄ້າ ຈາກຕົ້ນທາງ (ຈາກຮ້ານອາຫານ) ໄປຫາສະຖານທີ່ທີ່ລູກຄ້າອາໄສຢູ່ ເຊັ່ນ: ເຮືອນ, ບ່ອນເຮັດວຽກ ແລະ ສະຖານທີ່ຕ່າງໆ ໂດຍທີ່ລູກຄ້າບໍ່ເສຍເວລາໃນການເດີນທາງ ເພື່ອໄປຊື້ອາຫານ.

ອ່ານຕົວຢ່າງ
33 - ນັກບິນ
ຫ້ອງສະໝຸດສາຍອາຊີບ05-ໝວດຈາລະຈອນ, ການຈໍາໜ່າຍ, ການຂົນສົ່ງ ການໄປສະນີ

33 - ນັກບິນ

ນັກບິນ ແມ່ນຜູ້ທີ່ມີຄວາມຊຳນານໃນການຂັບເຮືອບິນ ຫຼື ການສະໜັບສະໜູນໃນການບິນ ເຊັ່ນ: ຕິດຕໍ່ວິທະຍຸການບິນ ແລະ ເບິ່ງແຍງຮັກສາລະບົບອື່ນໆ ເພື່ອຄວບຄຸມໃຫ້ເຮືອບິນຢູ່ໃນລະດັບຄົງທີ່ ແລະ ເພື່ອຮັກສາຄວາມປອດໄພຂອງລູກເຮືອ, ໃຫ້ເຮືອບິນຮອດຈຸດໝາຍປາຍທາງຢ່າງປອດໄພ.

ອ່ານຕົວຢ່າງ
35 - ວິສະວະກອນຂົນສົ່ງ ແລະ ພາລາທິການ
ຫ້ອງສະໝຸດສາຍອາຊີບ05-ໝວດຈາລະຈອນ, ການຈໍາໜ່າຍ, ການຂົນສົ່ງ ການໄປສະນີ

35 - ວິສະວະກອນຂົນສົ່ງ ແລະ ພາລາທິການ

ວິສະວະກອນຂົນສົ່ງ ແລະ ພາລາທິການ ແມ່ນຄົນທີ່ມີຄວາມຮູ້ພື້ນຖານສະເພາະດ້ານ ກ່ຽວກັບການວາງແຜນ, ອອກແບບ, ບໍລິການ ແລະ ຈັດການກ່ຽວກັບລະບົບຈະລາຈອນ, ການຄົມມະນາຄົມ, ການຈັດການການຂົນສົ່ງທີ່ກ່ຽວຂ້ອງ ເພື່ອໃຫ້ລະບົບຂົນສົ່ງມີຄວາມປອດໄພ ແລະ ມີປະສິດທິພາບ ລວມເຖິງການຈັດການສາງເກັບສິນຄ້າ ແລະ ການຂົນສົ່ງອີກດ້ວຍ.

ອ່ານຕົວຢ່າງ
36 - ວິສະວະກອນໂທລະຄົມມະນາຄົມ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

36 - ວິສະວະກອນໂທລະຄົມມະນາຄົມ

ວິສະວະກອນໂທລະຄົມມະນາຄົມ ແມ່ນບຸກຄົນທີ່ອອກແບບ, ຕິດຕັ້ງລະບົບສື່ສານທາງໄກ ແລະ ເບິ່ງແຍງລະບົບໃຫ້ສາມາດເຮັດວຽກໄດ້ຢ່າງມີປະສິທິພາບ ໂດຍການນຳເອົາຄວາມຮູ້ທາງດ້ານວິສະວະກຳໄຟຟ້າ ແລະ ວິທະຍາສາດຄອມພິວເຕີມາປະຍຸກໃຊ້ຮ່ວມກັນ ແລະ ອາດມີີວຽກດ້ານໂຍທາເຂົ້າມາກ່ຽວຂ້ອງນຳເຊັ່ນ: ການວາງຮາກຖານງານໂຄງສ້າງ, ການຕິດຕັ້ງເສົາສັນຍານຕ່າງໆ ເປັນຕົ້ນ.

ອ່ານຕົວຢ່າງ
37 -  ວິສະວະກອນເອເລັກໂຕຣນິກ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

37 - ວິສະວະກອນເອເລັກໂຕຣນິກ

ວິສະວະກອນເອເລັກໂຕຣນິກ ແມ່ນຜູ້ທີ່ສ້າງ, ອອກແບບ ແລະ ທົດສອບວົງຈອນລວມ (ໄອຊີ), ແຜ່ນວົງຈອນພິມ, ວົງຈອນເອເລັກໂຕຣນິກ, ຄວບຄຸມຂະບວນການຜະລິດ ແລະ ບໍາລຸງຮັກສາອຸປະກອນທາງດ້ານເອເລັກໂຕຣນິກ ແລະ ວົງຈອນໄຟຟ້າພາຍໃນອາຄານ, ຕິດຕັ້ງລະບົບຄວບຄຸມເອເລັກໂຕຣນິກຕ່າງໆ ລວມໄປເຖິງການວິໄຈ ແລະ ພັດທະນາຜະລິດຕະພັນທາງດ້ານເອເລັກໂຕຣນິກຕ່າງໆ.

ອ່ານຕົວຢ່າງ
38 - ນັກດາລາສາດ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

38 - ນັກດາລາສາດ

ນັກດາລາສາດ ແມ່ນຜູ້ທີ່ສຶກສາ ແລະ ຄົ້ນຄວ້າກ່ຽວກັບປາກົດການທາງດາລາສາດ ເຊິ່ງດາລາສາດແມ່ນສຶກສາກ່ຽວກັບວັດຖຸນອກໂລກ ເຊັ່ນ: ບັນຍາກາດຂອງໂລກ, ດາວເຄາະ, ດາວຫາງ, ອຸກາບາກ ແລະ ຈັກກະວານອື່ນໆ ພ້ອມທັງສຶກສາປາກົດການທີ່ເກີດຂຶ້ນນອກຊັ້ນບັນຍາກາດ ໂດຍສຶກສາລັກສະນະທາງຟີຊິກ, ເຄມີ, ອຸຕຸນິຍົມ ແລະ ການເຄື່ອນໄຫວຂອງວັດຖຸຕ່າງໆ.

ອ່ານຕົວຢ່າງ
39 - ນັກມະນຸດວິທະຍາ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

39 - ນັກມະນຸດວິທະຍາ

ນັກມະນຸດວິທະຍາ ແມ່ນນັກວິຊາການທີ່ມີຄວາມຊຳນານ ແລະ ຮອບຮູ້ກ່ຽວກັບປະຫວັດສາດຂອງຄວາມເປັນມະນຸດ ເຊັ່ນ: ສຶກສາ, ຄົ້ນຄວ້າກ່ຽວກັບຮາກເຫງົ້າ ຫຼື ຕົ້ນກຳເນີດຂອງມະນຸດ, ວັດທະນະທຳ ແລະ ຄວາມເປັນຢູ່ຂອງມະນຸດ. ນອກນັ້ນ, ຍັງເປັນຜູ້ທີ່ຜະລິດຄວາມຮູ້ ແລະ ສ້າງຄວາມຮູ້ໃໝ່ໆ ໃນຖານະນັກວິໄຈທາງມະນຸດວິທະຍາ.

ອ່ານຕົວຢ່າງ
40 - ນັກຊີວະວິທະຍາ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

40 - ນັກຊີວະວິທະຍາ

ນັກຊີວະວິທະຍາ ແມ່ນນັກວິທະຍາສາດຂະແໜງການໜຶ່ງ ທີ່ຄິດຄົ້ນ, ທົດລອງທາງຊີວະວິທະຍາ ຜ່ານການສຶກສາກ່ຽວກັບຊີວິດ ໂດຍສຶກສາກ່ຽວກັບລະບົບສິ່ງທີ່ມີຊີວິດ ແລະ ຄວາມສຳພັນທີ່ສິ່ງມີຊີວິດມີຕໍ່ສິ່ງແວດລ້ອມ; ສຶກສາໂຄງສ້າງອະໄວຍະວະວິທະຍາ, ສຶກສາທີ່ຢູ່ອາໄສຕາມທຳມະຊາດຂອງສິ່ງທີ່ມີຊີວິດ. ນອກນັ້ນ, ນັກຊີວະວິທະຍາຍັງເຮັດການວິໄຈ ເພື່ອຄົ້ນຫາວິທີທີ່ຄວບຄຸມການເຮັດວຽກຂອງລະບົບສິ່ງທີ່ມີຊີວິດ ແລະ ຍັງມີສ່ວນໃນການວິໄຈ ເພື່ອພັດທະນາ ຫຼື ປັບປຸງຂະບວນການຜະລິດກ່ຽວກັບຢາ, ອາຫານ, ການອຸດສາຫະກຳ ແລະ ການກະເສດອີກດ້ວຍ.

ອ່ານຕົວຢ່າງ
41 - ນັກເຄມີ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

41 - ນັກເຄມີ

ນັກເຄມີ ແມ່ນນັກວິທະຍາສາດປະເພດໜຶ່ງທີ່ມີຄວາມສາມາດໃນການວິໄຈ, ພັດທະນາ, ທົດສອບ, ວິເຄາະສ່ວນປະກອບ, ຄຸນສົມບັດ ແລະ ການເກີດຂຶ້ນໄດ້ຂອງສານເຄມີ, ການປ່ຽນແປງຂອງທາດ ແລະ ສານປະເພດຕ່າງໆ ໃຫ້ກັບຂະແໜງການອຸດສາຫະກໍາປະເພດຕ່າງໆໃນການດໍາເນີນການຜະລິດ.

ອ່ານຕົວຢ່າງ
42 - ນັກປະຫວັດສາດ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

42 - ນັກປະຫວັດສາດ

ນັກປະຫວັດສາດ ແມ່ນຜູ້ທີ່ສຶກສາ, ຄົ້ນຄວ້າ, ຮວບຮວມ ແລະ ແປຄວາມໝາຍເຫດການໃນອະດີດທີ່ມີຫຼັກຖານໃນແຫຼ່ງຕ່າງໆ ເພື່ອນໍາມາເຜີຍແຜ່ໃຫ້ແກ່ບຸກຄົນໃນປັດຈຸບັນ ແລະ ຮຸ່ນຄົນໃນອະນາຄົດໃຫ້ໄດ້ເຂົ້າໃຈເຖິງສິ່ງທີ່ເກີດຂຶ້ນໃນອະດີດຕາມຄວາມເປັນຈິງວ່າເກີດຂຶ້ນແນວໃດ, ມີໃຜແດ່, ຢູ່ໃສ ແລະ ອື່ນໆ ເພື່ອໃຫ້ເຮົາໄດ້ນໍາພາຍຸກປັດຈຸບັນໃຫ້ມີຄວາມກ້າວໜ້າ ໂດຍນໍາໃຊ້ປະຫວັດສາດເປັນບົດຮຽນ.

ອ່ານຕົວຢ່າງ
43 - ນັກບູຮານວິທະຍາ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

43 - ນັກບູຮານວິທະຍາ

ນັກບູຮານວິທະຍາ ແມ່ນຜູ້ຊ່ຽວຊານທາງດ້ານການສຶກສາຄົ້ນຄວ້າ, ທໍາຄວາມເຂົ້າໃຈ, ສໍາຫຼວດ-ຂຸດຄົ້ນ ແລະ ວິໄຈກ່ຽວກັບຜູ້ຄົນ, ວັດທະນະທໍາຂອງມະນຸດໃນອະດີດ ລວມໄປເຖິງການສຶກສາສິ່ງແວດລ້ອມທຸກປະເພດທີ່ມີຄວາມສໍາພັນກັບມະນຸດໃນອະດີດ ເຊັ່ນ: ​ບູຮານສະຖານ ແລະ ບູຮານວັດຖຸ ເປັນຕົ້ນ ເຊິ່ງເວົ້າໂດຍລວມວ່າ ນັກບູຮານວິທະຍາແມ່ນຜູ້ທີ່ສຶກສາກ່ຽວກັບສິ່ງຕ່າງໆທີ່ຕິດພັນກັບຄົນ ແລະ ສັງຄົມໃນເມື່ອກ່ອນ.

ອ່ານຕົວຢ່າງ
44 - ພະນັກງານຮັກສາຄວາມປອດໄພທາງດ້ານໄຊເບີ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

44 - ພະນັກງານຮັກສາຄວາມປອດໄພທາງດ້ານໄຊເບີ

ພະນັກງານຮັກສາຄວາມປອດໄພທາງດ້ານໄຊເບີ ແມ່ນຜູ້ທີ່ສາມາດກວດຈັບ,​ ວິເຄາະ, ເຝົ້າລະວັງ, ຄວບຄຸມ ແລະ ປົກປ້ອງຂໍ້ມູນ, ໂປຣແກຣມ, ເຄືອຂ່າຍ ແລະ ຄົ້ນຫາການໂຈມຕີທາງໄຊເບີ (Cyber) ທີ່ບໍ່ໄດ້ຮັບອະນຸຍາດຈາກພາຍໃນ ແລະ ພາຍນອກ ໂດຍການນໍາໃຊ້ເຄື່ອງມືທາງເທັກໂນໂລຊີເຂົ້າມາຊ່ວຍ.

ອ່ານຕົວຢ່າງ
45 - ໂປຣແກຣມເມີ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

45 - ໂປຣແກຣມເມີ

ໂປຣແກຣມເມີ ແມ່ນຜູ້ທີ່ມີຄວາມຊ່ຽວຊານທາງດ້ານຄອມພິວເຕີ ເຊັ່ນ: ການຂຽນໂຄ້ດ, ທົດສອບລະບົບ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນໂປຣແກຣມ ຜ່ານການຂຽນໂປຣແກຣມອອນລາຍດ້ວຍພາສາຄອມພິວເຕີ ເຊັ່ນ: ພາສາຊີ, ພາສາຈາວາ, ພາສາ Dart, Go, PHP, HTML, CSS ແລະ ອື່ນໆເປັນຕົ້ນ. ເພື່ອໃຫ້ຄອມພິວເຕີ ແລະ Software ໃຊ້ງານໄດ້ ລວມເຖິງການກວດສອບຂໍ້ຜິດພາດ ແລະ ແກ້ໄຂລະບົບທີ່ມີບັນຫາ. ອາຊີບນີ້ສ່ວນໃຫຍ່ຢູ່ລາວແມ່ນ ເຮັດກ່ຽວກັບ Web Application ແລະ Mobile Application.

ອ່ານຕົວຢ່າງ
46 - ນັກທໍລະນີວິທະຍາ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

46 - ນັກທໍລະນີວິທະຍາ

ນັກທໍລະນີວິທະຍາ ແມ່ນນັກວິທະຍາສາດປະເພດໜຶ່ງທີ່ເຮັດການຄົ້ນຄວ້າ, ສຶກສາ, ວິໄຈກ່ຽວກັບແຜ່ນດິນ ແລະ ອົງປະກອບທາງທໍາມະຊາດທີ່ຢູ່ເທິງແຜ່ນດິນໂລກຈົນເຖິງໃຕ້ພື້ນໂລກ, ສຶກສາອົງປະກອບໂຄງສ້າງ ແລະ ຂະບວນການຂອງທໍາມະຊາດທີ່ເກີດຂຶ້ນໃນແຕ່ລະຊ່ວງໄລຍະເວລາ, ສຶກສາຫຼັກຖານທີ່ຄົ້ນພົບໃນຫີນ ແລະ ຊາກດຶກດໍາບັນ ເປັນຕົ້ນ.​ ນອກນັ້ນ, ສິ່ງທີ່ໜ້າສົນໃຈຂອງນັກທໍລະນີວິທະຍາແມ່ນ ບາງຄົນໄດ້ມີການສຶກສາທໍລະນີວິທະຍາຂອງດາວເຄາະດວງອື່ນໆທີ່ຢູ່ນອກໂລກ ໂດຍສະເພາະແມ່ນດາວເຄາະທີ່ມີພື້ນດິນ.

ອ່ານຕົວຢ່າງ
47  - ນັກຟີຊິກ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

47 - ນັກຟີຊິກ

ນັກຟີຊິກ ແມ່ນນັກວິທະຍາສາດຂະແໜງການໜຶ່ງທີ່ມີຄວາມຮູ້ທາງດ້ານຟີຊິກ ໂດຍການເຮັດການທົດສອບ, ວິເຄາະ, ທົດລອງ ແລະ ນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃຊ້ໃນການແກ້ໄຂບັນຫາໃນຊີວິດປະຈໍາວັນ, ຂະແໜງການອຸດສາຫະກໍາ ແລະ ທາງດ້ານການແພດ ເປັນຕົ້ນ.

ອ່ານຕົວຢ່າງ
48 - ນັກພັດທະນາເວັບໄຊ້
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

48 - ນັກພັດທະນາເວັບໄຊ້

ນັກພັດທະນາເວັບໄຊ້ ຫຼື ບາງຄັ້ງມີຄົນຮູ້ຈັກໃນນາມ ນັກອອກແບບເວັບໄຊ້ ແມ່ນຜູ້ອອກແບບ ແລະ ຂຽນໂປຣແກຣມຄອມພິວເຕີ ເພື່ອນໍາສະເໜີສິນຄ້າ ແລະ ການບໍລິການ ລວມທັງການເຜີຍແຜ່ຂໍ້ມູນຕ່າງໆຂອງບໍລິສັດ, ຂອງອົງກອນທີ່ຈ້າງງານຜ່ານເວັບໄຊ້ ເພື່ອໃຫ້ຜູ້ໃຊ້ສື່ສັງຄົມອອນລາຍໄດ້ຮັບຮູ້ຂ່າວສານຕ່າງໆ.

ອ່ານຕົວຢ່າງ
49 - ຊ່າງເອເລັກໂຕຣນິກ
ຫ້ອງສະໝຸດສາຍອາຊີບ06-ໝວດວິທະຍາສາດ, ໄອທີ, ຄອມພິວເຕີເຕັກໂນໂລຊີຂໍ້ມູນຂ່າວສານ

49 - ຊ່າງເອເລັກໂຕຣນິກ

ຊ່າງເອເລັກໂຕຣນິກ ແມ່ນຜູ້ທີ່ມີຄວາມຮູ້ກ່ຽວກັບອຸປະກອນທາງເອເລັກໂຕຣນິກ ແລະ ສາມາດບໍາລຸງຮັກສາ, ສ້າງ, ວິເຄາະ, ວາງແຜນ ແລະ ສ້ອມແປງອຸປະກອນຕ່າໆທາງເອເລັກໂຕຣນິກໄດ້ ເຊັ່ນ: ຄອມພິວເຕີ, ໂທລະສັບມືຖື, ຈັກຊັກເຄື່ອງ ເຫຼົ່ານີ້ເປັນຕົ້ນ.

ອ່ານຕົວຢ່າງ
50 - ພະນັກງານນໍາທ່ຽວ ຫຼື ໄກ້ນໍາທ່ຽວ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

50 - ພະນັກງານນໍາທ່ຽວ ຫຼື ໄກ້ນໍາທ່ຽວ

ພະນັກງານນໍາທ່ຽວ ຫຼື ໄກ້ນໍາທ່ຽວ ແມ່ນຜູ້ທີ່ມີອໍານວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ເຊັ່ນ: ນໍາພານັກທ່ອງທ່ຽວໄປຫາຈຸດໝາຍປາຍທາງ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ. ນອກນີ້, ໄກ້ນໍາທ່ຽວຍັງເປັນທູດທາງດ້ານວັດທະນະທໍາ ທີ່ອໍານວຍຄວາມສະດວກທາງດ້ານຂໍ້ມູນຂອງສະຖານທີ່ຕ່າງໆໃຫ້ລູກຄ້າໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເບິ່ງແຍງນັກທ່ອງທ່ຽວຕະຫຼອດໄລຍະເວລາການທ່ອງທ່ຽວ.

ອ່ານຕົວຢ່າງ
51 - ຝ່າຍບຸກຄະລາກອນ (HR)
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

51 - ຝ່າຍບຸກຄະລາກອນ (HR)

ຝ່າຍບຸກຄະລາກອນ (HR) ແມ່ນຜູ້ທີ່ຈັດການ-ບໍລິຫານຊັບພະຍາກອນມະນຸດໃນອົງກອນ ເຮັດໜ້າທີ່ໃນການຊອກຫາ ແລະ ພັດທະນາຊັບພະຍາກອນມະນຸດ. ຫຼາຍຄົນອາດຄິດວ່າວຽກຂອງ HR ນັ້ນເປັນວຽກຈັດເອກະສານທີ່ບໍ່ມີຄວາມສຳຄັນຫຍັງຫຼາຍ ແຕ່ຄວາມຈິງແລ້ວຝ່າຍ HR ນັ້ນມີຄວາມສຳຄັນຫຼາຍຕໍ່ບໍລິສັດ ເພາະຝ່າຍ HR ກໍຄື ຜູ້ທີ່ຈັດສັນ ແລະ ພັດທະນາຄົນໃນອົງກອນ ເພື່ອສະໜັບສະໜູນການເຮັດວຽກຂອງພະແນກອື່ນໆ, ເປັນວຽກທີ່ຕ້ອງເປັນຜູ້ປະສານງານລະຫວ່າງອົງກອນ ແລະ ພະນັກງານ ເພື່ອໃຫ້ອົງກອນສາມາດດຳເນີນການໄດ້ໄວ ແລະ ດີຂຶ້ນ.

ອ່ານຕົວຢ່າງ
52-ຊ່າງຕັດຜົມ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

52-ຊ່າງຕັດຜົມ

ຊ່າງຕັດຜົມ ແມ່ນບຸກຄົນທີ່ເຮັດວຽກກ່ຽວກັບການບໍລິການ ເຊິ່ງມີຄວາມຊຳນານໃນການຕັດ, ຕົກແຕ່ງ, ສອຍຜົມ ແລະ ບໍລິການອື່ນໆທີ່ກ່ຽວກັບຜົມ ເພື່ອໃຫ້ຊົງຜົມເປັນຮູບຊົງຕ່າງໆຕາມທີ່ລູກຄ້າຕ້ອງການ ແລະ ຊ່າງຕັດຜົມຕ້ອງໄດ້ໃຊ້ຄວາມຮູ້, ຄວາມສາມາດ, ທັກສະ ແລະ ສິລະປະເຂົ້າໃນການເຮັດວຽກ. ນອກນັ້ນ, ຊ່າງຕັດຜົມຍັງໄດ້ພົບປະຜູ້ຄົນ, ໂອ້ລົມກັບລູກຄ້າ ແລະ ແລກປ່ຽນຄວາມຮູ້ ເພື່ອໃຫ້ລູກຄ້າເກີດຄວາມປະທັບໃຈ.

ອ່ານຕົວຢ່າງ
53-ພະນັກງານພະແນກຊ່ວຍເຫຼືອສັງຄົມ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

53-ພະນັກງານພະແນກຊ່ວຍເຫຼືອສັງຄົມ

ພະນັກງານພະແນກຊ່ວຍເຫຼືອສັງຄົມ ຫຼື CSR ແມ່ນຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເຊິ່ງເຮັດວຽກກ່ຽວກັບການສ້າງການປ່ຽນແປງ ແລະ ແກ້ໄຂບັນຫາທາງສັງຄົມໃຫ້ດີຂຶ້ນ ທັງພາຍໃນ ແລະ ພາຍນອກອົງກອນ ໂດຍຈະເນັ້ນໃສ່ຫຼາຍບັນຫາຫຼັກຄື: ດ້ານສິ່ງແວດລ້ອມ ແລະ ດ້ານສັງຄົມ-ວັດທະນະທໍາ ເປັນຕົ້ນ.

ອ່ານຕົວຢ່າງ
54-ພະນັກງານຕ້ອນຮັບໂຮງແຮມ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

54-ພະນັກງານຕ້ອນຮັບໂຮງແຮມ

ພະນັກງານຕ້ອນຮັບໂຮງແຮມ ແມ່ນຜູ້ທີ່ຕ້ອນຮັບແຂກເປັນຄົນທໍາອິດຂອງໂຮງແຮມ ຫຼື ຖ້າປຽບທຽບໃຫ້ເຫັນພາບງ່າຍໆກໍປຽບເໝືອນປະຕູເຮືອນ ທີ່ຜູ້ຢ້ຽມຢາມຈະເຂົ້າເຮືອນຕ້ອງຜ່ານປະຕູກ່ອນ ເຊິ່ງຜູ້ຕ້ອນຮັບເຮັດໜ້າທີ່ຕ້ອນຮັບ ຫຼື ຮັບຮອງແຂກຜູ້ທີ່ເຂົ້າມາພັກຜ່ອນໃນສະຖານທີ່ປະກອບການ ເຊັ່ນ: ໂຮງແຮມ, ບ້ານພັກ ຫຼື ຣີສອດ ເຊິ່ງມີບົດບາດໃນການຕິດຕໍ່ສື່ສານ, ອໍານວຍຄວາມສະດວກ ແລະ ສະໜອງຂໍ້ມູນໃຫ້ກັບລູກຄ້າ.

ອ່ານຕົວຢ່າງ
55-ພະນັກງານຈຸຫ້ອງໂດຍສານ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

55-ພະນັກງານຈຸຫ້ອງໂດຍສານ

ພະນັກງານຈຸຫ້ອງໂດຍສານ ເປັນອາຊີບທີ່ເຮັດກ່ຽວກັບການເບິ່ງແຍງຮັກສາຄວາມປອດໄພຂອງຜູ້ໂດຍສານເທິງເຮືອບິນ ເພື່ອໃຫ້ຜູ້ໂດຍສານເດີນທາງໄປສູ່ຈຸດໝາຍປາຍທາງດ້ວຍຄວາມປອດໄພ ແລະ ຊ່ວຍອຳນວຍຄວາມສະດວກໃຫ້ຜູ້ໂດຍສານເທິງເຮືອບິນ ເຊັ່ນ: ຈັດແຈງບ່ອນນັ່ງ, ເສີບອາຫານ ແລະ ເຄື່ອງດື່ມ ທີ່ສໍາຄັນແມ່ນເບິ່ງແຍງ, ໃຫ້ການຊ່ວຍເຫຼືອເມື່ອຜູ້ໂດຍສານຕ້ອງການຕະຫຼອດການເດີນທາງ.

ອ່ານຕົວຢ່າງ
56-ພະນັກງານເຮັດກາເຟ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

56-ພະນັກງານເຮັດກາເຟ

ພະນັກງານເຮັດກາເຟ ແມ່ນຜູ້ທີ່ບໍລິການກາເຟ ຫຼື ເຄື່ອງດື່ມປະເພດຕ່າງໆໃຫ້ກັບລູກຄ້າດ້ວຍຄວາມເອົາໃຈໃສ່ ເພື່ອໃຫ້ເຄື່ອງດື່ມທຸກຈອກອອກມາມີຄຸນນະພາບ ແລະ ລູກຄ້າມີຄວາມເພິ່ງພໍໃຈ. ນອກນີ້, ພະນັກງານເຮັດກາເຟຍັງເປັນຜູ້ທີ່ມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບກາເຟ ແລະ ເຄື່ອງດື່ມປະເພດຕ່າງໆເປັນຢ່າງດີ ພ້ອມຍັງເປັນອາຊີບທີ່ໄດ້ໃຊ້ສິລະປະເຂົ້າໃນການເຮັດເຄື່ອງດື່ມແຕ່ລະຈອກ ເພື່ອໃຫ້ອອກມາດີທີ່ສຸດ.

ອ່ານຕົວຢ່າງ
57-ພະນັກງານເສີບອາຫານ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

57-ພະນັກງານເສີບອາຫານ

ພະນັກງານເສີບອາຫານ ແມ່ນອາຊີບບໍລິການອີກອາຊີບໜຶ່ງ ແລະ ເປັນວຽກອໍານວຍຄວາມສະດວກໃຫ້ກັບລູກຄ້າ ເປັນຕົ້ນແມ່ນ: ຕ້ອນຮັບ, ເລືອກໂຕະທີ່ເໝາະສົມໃຫ້ກັບລູກຄ້າ ລວມໄປເຖິງການເປັນຂົວຕໍ່ລະຫວ່າງລູກຄ້າ ແລະ ພໍ່ຄົວເຊັ່ນ: ຮັບສານຈາກລູກຄ້າວ່າຢາກຮັບປະທານເມນູໃດ ແລະ ສື່ສານກັບພໍ່ຄົວ, ແມ່ຄົວ, ຈາກນັ້ນກໍນໍາເອົາອາຫານມາບໍລິການລູກຄ້າ ແລະ ອໍານວຍຄວາມສະດວກຕ່າງໆ.

ອ່ານຕົວຢ່າງ
58-ທີ່ປຶກສາດ້ານອາຊີບ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

58-ທີ່ປຶກສາດ້ານອາຊີບ

ທີ່ປຶກສາດ້ານອາຊີບ ແມ່ນຜູ້ທີ່ມີຄວາມຮູ້ດ້ານອາຊີບທີ່ຫຼາກຫຼາຍ ແລະ ສາມາດສະໜອງຂໍ້ມູນຕ່າງໆໃຫ້ກັບສ່ວນບຸກຄົນ, ກຸ່ມຄົນດ້ານອາຊີບໄດ້ ພ້ອມທັງສາມາດຊ່ວຍໃນການຂຽນເອກະສານຊອກວຽກ ແລະ ສາມາດແນະແນວ, ແນະນໍາອາຊີບທີ່ເໝາະສົມໃຫ້ກັບນັກຮຽນ, ຜູ້ທີ່ຍັງບໍ່ຮູ້ວ່າຕົນເອງສົນໃຈຫຍັງ ຫຼື ກຸ່ມຄົນທີ່ກຳລັງຊອກຫາວຽກທີ່ເໝາະສົມບຸກຄະລິກກະພາບຂອງຕົນເອງ. ນອກນັ້ນ, ທີ່ປຶກສາດ້ານອາຊີບຍັງແມ່ນຜູ້ທີ່ສາມາດນໍາທາງໃຫ້ຜູ້ທີ່ມາໃຊ້ບໍລິການເຂົ້າໃຈຕົນເອງຫຼາຍທີ່ສຸດ, ເຫັນເປົ້າໝາຍໃນອະນາຄົດ ໂດຍຜ່ານການເຮັດແບບທົດສອບ ຫຼື ໂອ້ລົມກັບຜູ້ທີ່ມາໃຊ້ບໍລິການ.

ອ່ານຕົວຢ່າງ
59-ນັກສັງຄົມສົງເຄາະ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

59-ນັກສັງຄົມສົງເຄາະ

ນັກສັງຄົມສົງເຄາະ ແມ່ນຜູ້ທີ່ບັນເທົາບັນຫາສັງຄົມ ແລະ ບັນຫາສ່ວນບຸກຄົນ ທີ່ເກີດຂຶ້ນສະເພາະລາຍບຸກຄົນ ແລະ ກຸ່ມຄົນ ຜ່ານການໃຫ້ຄໍາປຶກສາກັບຜູ້ທີ່ຖືກຮັບຜົນກະທົບຈາກບັນຫາສັງຄົມ ເຊັ່ນ: ຕິດຢາເສບຕິດ, ເຄີຍຕົກເປັນເຫຍື່ອຂອງກຸ່ມຄົນຄ້າມະນຸດ ແລະ ອື່ນໆ. ນອກຈາກນັ້ນ, ນັກສັງຄົມສົງເຄາະຍັງຫາວິທີໃນການແກ້ໄຂບັນຫາຕ່າງໆ ເຊັ່ນ: ຫາອາຊີບໃຫ້ຜູ້ທີ່ປະສົບບັນຫາດ້ານການວ່າງງານ ຫຼື ຜູ້ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ໃຫ້ບໍລິການດ້ານສາທາລະນະສຸກ, ຊ່ວຍເຫຼືອດ້ານປັດໄຈ 4 ກັບຜູ້ທີ່ມີຄວາມຂາດເຂີນ ເປັນຕົ້ນ.

ອ່ານຕົວຢ່າງ
60-ຄູເຝິກອອກກໍາລັງກາຍສ່ວນບຸກຄົນ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

60-ຄູເຝິກອອກກໍາລັງກາຍສ່ວນບຸກຄົນ

ຄູເຝິກອອກກໍາລັງກາຍສ່ວນບຸກຄົນ ຫຼື ຫຼາຍຄົນຮູ້ຈັກໃນນາມ "ຟິດເນັດເທຣນເນີ" ແມ່ນຜູ້ທີ່ຊ່ຽວຊານດ້ານການອອກກໍາລັງກາຍ ແລະ ຮູ້ວິທີໃນການອອກກໍາລັງກາຍໄດ້ຢ່າງຖືກວິທີ. ເທຣນເນີຊ່ວຍໃຫ້ຜູ້ທີ່ອອກກໍາລັງກາຍ ໄດ້ຮັບການອອກກໍາລັງກາຍທີ່ມີຄຸນນະພາບ, ເໝາະສົມກັບຮ່າງກາຍ ເພື່ອບໍ່ໃຫ້ເກີດການບາດເຈັບໃນຂະນະທີ່ອອກກໍາລັງກາຍ ແລະ ຍັງຊ່ວຍໃຫ້ຜູ້ອອກກໍາລັງກາຍໄດ້ບັນລຸຕາມເປົ້າໝາຍຂອງຕົນເອງ. ນອກຈາກນັ້ນ, ເທຣນເນີຍັງໃຫ້ຄໍາປຶກສາແກ່ຜູ້ທີ່ຮັກສາສຸຂະພາບຜ່ານການກິນອາຫານ ແລະ ການເບິ່ງແຍງຮ່າງກາຍໃນດ້ານຕ່າງໆ.

ອ່ານຕົວຢ່າງ
61-ນັກພັດທະນາຊຸມຊົນ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

61-ນັກພັດທະນາຊຸມຊົນ

ນັກພັດທະນາຊຸມຊົນ ແມ່ນຄົນທີ່ມີຄວາມຮູ້ສະເພາະດ້ານກ່ຽວກັບການພັດທະນາຊຸມຊົນ ເຊິ່ງຈະໃຊ້ຄວາມຮູ້, ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວຽກງານດ້ານການພັດທະນາ ເຊັ່ນ: ພັດທະນາສັງຄົມ,​ ເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ຊີວິດການເປັນຢູ່ຂອງຄົນ ເປັນຕົ້ນ ເພື່ອນຳໄປສູ່ການປ່ຽນແປງທີ່ໃໝ່ ແລະ ດີຂຶ້ນກວ່າເກົ່າ.

ອ່ານຕົວຢ່າງ
62-ທະຫານ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

62-ທະຫານ

ທະຫານແມ່ນຜູ້ທີ່ປົກປັກຮັກສາກ່ຽວຄວາມປອດໄພ ໂດຍມີໜ້າທີ່ຫຼັກໃນການປ້ອງກັນ, ປາບປາມ, ຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງພາຍໃນປະເທດ ເພື່ອບໍ່ໃຫ້ປະເທດອື່ນເຂົ້າມາຮຸກຮານດິນແດນປະເທດຂອງຕົນເອງ ແລະ ກຽມພ້ອມຕໍ່ສູ້ໃນສົງຄາມ.

ອ່ານຕົວຢ່າງ
63-ພະນັກງານດັບເພີງ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

63-ພະນັກງານດັບເພີງ

ພະນັກງານດັບເພີງແມ່ນຜູ້ທີ່ມີຄວາມຮູ້ກ່ຽວກັບເພີງ, ສາມາດຄວບຄຸມ ແລະ ດັບເພີງ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນຈາກເຫດເພີງໄໝ້.

ອ່ານຕົວຢ່າງ
64-ຄູເຝິກນັກກິລາ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

64-ຄູເຝິກນັກກິລາ

ຄູເຝິກນັກກິລາ ແມ່ນຜູ້ທີ່ເປັນອາຈານສອນກ່ຽວກັບການເຝິກທັກສະໃຫ້ກັບນັກກິລາ ພ້ອມທັງເບິ່ງແຍງການເຝິກຊ້ອມ ແລະ ປະເມີນສະພາບຮ່າງກາຍຂອງນັກກິລາ, ຊອກຫາຈຸດເດັ່ນຂອງນັກກິລາແຕ່ລະຄົນ ເພື່ອຈະສາມາດວາງຮູບແບບເກມ ຫຼື ການແຂ່ງຂັນ ແລະ ເບິ່ງແຍງກ່ຽວກັບກິລາໃນຂະນະທີ່ມີການແຂ່ງຂັນ. ດັ່ງນັ້ນ, ຄູເຝິກຈຶ່ງປຽບເໝືອນໝູ່ ແລະ ເປັນອາຈານສອນຂອງນັກກິລາບໍ່ວ່າຈະເປັນທາງດ້ານຮ່າງກາຍ ແລະ ຈິດໃຈ.

ອ່ານຕົວຢ່າງ
65-ພໍ່ຄົວ/ແມ່ຄົວ / ເຊຟ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

65-ພໍ່ຄົວ/ແມ່ຄົວ / ເຊຟ

ອາຊີບບໍ່ຄົວ/ແມ່ຄົວ ຫຼື ທີ່ຫຼາຍໆຄົນຮູ້ຈັກແມ່ນເຊຟ (Chef) ແມ່ນຜູ້ທີ່ມີຄວາມຮູ້, ຄວາມຊໍານານກ່ຽວກັບປະເພດ, ລົດຊາດ ແລະ ສາມາດຄິດຄົ້ນເມນູອາຫານ ໂດຍມີເປົ້າໝາຍທີ່ສຳຄັນຄືການປຸງແຕ່ງອາຫານໃຫ້ມີລົດຊາດ ແລະ ຄຸນນະພາບດີ ເພື່ອໃຫ້ລູກຄ້າເພິ່ງພໍໃຈຫຼາຍທີ່ສຸດ. ພໍ່ຄົວແຕ່ລະຄົນຈະມີເອກະລັກເປັນຂອງໂຕເອງ ການທີ່ລູກຄ້າເຂົ້າມາຮັບປະທານອາຫານ ແລະ ມັກລົດຊາດອາຫານ ແມ່ນພໍ່ຄົວ/ແມ່ຄົວເປັນສ່ວນສໍາຄັນທີ່ເຮັດໃຫ້ລູກຄ້າຢາກກັບໄປໃຊ້ບໍລິການອີກ.

ອ່ານຕົວຢ່າງ
66-ຕຳຫຼວດ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

66-ຕຳຫຼວດ

ຕຳຫຼວດ ແມ່ນບຸກຄະລາກອນ ຫຼື ພະນັກງານຂອງລັດຖະບານ ເຊິ່ງເປັນບຸກຄົນທີ່ມີຄວາມຮູ້ ແລະ ທັກສະໃນດ້ານການຮັກສາຄວາມສະຫງົບ, ຈັບກຸມ ແລະ ປາບປາມຜູ້ທີ່ກະທຳຜິດກົດໝາຍ. ນອກນັ້ນ, ຍັງສາມາດບັງຄັບໃຊ້ກົດໝາຍ ເພື່ອປ້ອງກັນການກໍ່ອາຊາຍະກຳ ແລະ ການກະທຳຜິດໃນທາງແພ່ງ ເຊິ່ງມີອຳນາດໜ້າທີ່ໂດຍຊອບທຳຕາມທີ່ກົດໝາຍໄດ້ກໍານົດໄວ້.

ອ່ານຕົວຢ່າງ
67-ພະນັກງານຮັກສາຄວາມປອດໄພ
ຫ້ອງສະໝຸດສາຍອາຊີບ07-ໝວດການບໍລິການມະນຸດ, ການທ່ອງທ່ຽວ, ການໂຮງແຮມ, ການຂາຍ

67-ພະນັກງານຮັກສາຄວາມປອດໄພ

ພະນັກງານຮັກສາຄວາມປອດໄພ ແມ່ນຜູ້ທີ່ເບິ່ງແຍງ, ປົກປ້ອງ, ຮັກສາຄວາມປອດໄພກ່ຽວກັບຊີວິດ, ຊັບສິນຂອງບຸກຄົນທີ່ເຮັດວຽກໃນບັນດາຕຶກອາຄານຕ່າງໆ ເຊັ່ນ: ບໍລິສັດ, ສໍານັກງານ ແລະ ບັນດາບ້ານເຮືອນ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຊັບສິນ, ເພື່ອບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດເຂົ້າໄປບຸກລຸກສະຖານປະກອບການ, ປ້ອງກັນການເກີດອັກຄີໄພ ແລະ ອື່ນໆທີ່ຈະສ້າງຄວາມເສຍຫາຍກ່ຽວກັບອົງກອນຂອງຕົນເອງ.

ອ່ານຕົວຢ່າງ
69-ນັກອອກແບບເສື້ອຜ້າ
ຫ້ອງສະໝຸດສາຍອາຊີບ08-ໝວດສຶກສາ, ການຝຶກອົບຮົມ, ການພັດທະນາສີມືແຮງງານ

69-ນັກອອກແບບເສື້ອຜ້າ

ນັກອອກແບບເສື້ອຜ້າ ແມ່ນຜູ້ສ້າງສັນຜົນງານຜ່ານການອອກແບບ ແລະ ຜະລິດເສື້ອຜ້າຕ່າງໆ ເພື່ອໃຫ້ເຂົ້າກັບຍຸກສະໄໝ, ມີຄວາມໂດດເດັ່ນ ແລະ ແປກໃໝ່. ນອກຈາກເສື້ອຜ້າແລ້ວ, ບາງຄົນກໍຍັງອອກແບບເຄື່ອງປະດັບອີກດ້ວຍ ເພື່ອຕອບສະໜອງຕາມລົດສະນິຍົມຂອງຄົນໃນສັງຄົມ.

ອ່ານຕົວຢ່າງ
68-ຊ່າງສ້ອມແປງລົດ
ຫ້ອງສະໝຸດສາຍອາຊີບ08-ໝວດສຶກສາ, ການຝຶກອົບຮົມ, ການພັດທະນາສີມືແຮງງານ

68-ຊ່າງສ້ອມແປງລົດ

ຊ່າງສ້ອມແປງລົດ ແມ່ນຜູ້ທີ່ມີຄວາມຮູ້, ຄວາມສາມາດໃນເລື່ອງກົນໄກຂອງລົດຕ່າງໆ ເຊິ່ງສາມາດປັບແຕ່ງ, ບໍາລຸງຮັກສາ, ວິເຄາະບັນຫາ ແລະ ສ້ອມແປງລົດທີ່ມີບັນຫາປະເພດຕ່າງໆໄດ້ ເພື່ອໃຫ້ລົດສາມາດກັບມານໍາໃຊ້ໄດ້ປົກກະຕິ.

ອ່ານຕົວຢ່າງ
70-ຊ່າງປັ້ນດິນເຜົາ
ຫ້ອງສະໝຸດສາຍອາຊີບ08-ໝວດສຶກສາ, ການຝຶກອົບຮົມ, ການພັດທະນາສີມືແຮງງານ

70-ຊ່າງປັ້ນດິນເຜົາ

ຊ່າງປັ້ນດິນເຜົາ ແມ່ນອາຊີບທີ່ໃຊ້ທັກສະຄວາມຊໍານານໃນການປັ້ນ, ການຂຶ້ນຮູບ, ການວາງລວດລາຍສິລະປະລົງໃນສິນຄ້າທີ່ປັ້ນ ເຊັ່ນ: ໄຫ, ໂຖດອກໄມ້, ຈອກ, ຮູບປັ້ນ ແລະ ສິນຄ້າອື່ນໆ. ດັ່ງນັ້ນ, ສາມາດເວົ້າໄດ້ວ່າຊ່າງປັ້ນດິນເຜົາເປັນວຽກທີ່ຕ້ອງໄດ້ໃຊ້ສິລະປະ ເພື່ອສ້າງໃຫ້ສິນຄ້າອອກມາຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ.

ອ່ານຕົວຢ່າງ
71-ຊ່າງຕໍ່າຫູກ
ຫ້ອງສະໝຸດສາຍອາຊີບ08-ໝວດສຶກສາ, ການຝຶກອົບຮົມ, ການພັດທະນາສີມືແຮງງານ

71-ຊ່າງຕໍ່າຫູກ

ອາຊີບຊ່າງຕໍ່າຫູກ ແມ່ນອາຊີບທີ່ຢູ່ຄຽງຄູ່ກັບຄົນລາວມາດົນນານ ເຊິ່ງເປັນອາຊີບທີ່ໃຊ້ສິລະປະ ແລະ ຄວາມຊຳນານໃນການເຮັດວຽກ ເປັນຕົ້ນແມ່ນການວາງລວດລາຍຜ້າ, ການນໍາໃຊ້ໄໝໃນການຕໍ່າຜ້າ ເຊິ່ງອີງຕາມເອກະລັກຂອງທ້ອງຖິ່ນ. ຕົວຢ່າງ ເຊັ່ນ: ຢູ່ເມືອງຊຳເໜືອ ແຂວງຫົວພັນ ແມ່ນໄໝມ້ອນ.

ອ່ານຕົວຢ່າງ
72-ຄູສອນ
ຫ້ອງສະໝຸດສາຍອາຊີບ08-ໝວດສຶກສາ, ການຝຶກອົບຮົມ, ການພັດທະນາສີມືແຮງງານ

72-ຄູສອນ

ຄູສອນ ແມ່ນຜູ້ທີ່ສິດສອນ ແລະ ສົ່ງຕໍ່ຄວາມຮູ້ດ້ານສາຂາວິຊາຮຽນທີ່ຕົນເອງໄດ້ສຶກສາ ແລະ ລົງເລິກມາໃຫ້ກັບນັກຮຽນ ເພື່ອໃຫ້ນັກຮຽນໄດ້ຄວາມຮູ້, ເຂົ້າໃຈໃນຫຼັກສູດ ແລະ ສາມາດນໍາໃຊ້ໄດ້ໃນຊີວິດປະຈໍາວັນ. ນອກນັ້ນ, ນັກຮຽນແຕ່ລະຄົນມີຄວາມແຕກຕ່າງກັນ, ເປົ້າໝາຍຂອງຄູຈຶ່ງບໍ່ເປັນພຽງແຕ່ສິດສອນ ແຕ່ຍັງດຶງສັກກະຍະພາບຂອງນັກຮຽນອອກມາ, ຊີ້ນຳພວກເຂົາໄປໃນທາງທີ່ດີ ແລະ ໃຫ້ປະສົບຜົນສຳເລັດໃນອະນາຄົດ.

ອ່ານຕົວຢ່າງ
73-ຊ່າງຕັດຫຍິບ
ຫ້ອງສະໝຸດສາຍອາຊີບ08-ໝວດສຶກສາ, ການຝຶກອົບຮົມ, ການພັດທະນາສີມືແຮງງານ

73-ຊ່າງຕັດຫຍິບ

ອາຊີບຊ່າງຕັດຫຍິບ ແມ່ນຜູ້ທີ່ມີຄວາມສາມາດໃນການຕັດລວດລາຍ (Pattern) ແລະ ມີຄວາມສາມາດໃນການຫຍິບເສື້ອຜ້າ, ມີຄວາມເຂົ້າໃຈກ່ຽວກັບໂຄງສ້າງຂອງເສື້ອຜ້າເປັນຢ່າງດີ ເຊິ່ງໃນນັ້ນມີທັງຊ່າງຕັດ-ຫຍິບເສື້ອຜ້າຜູ້ຍິງ, ຜູ້ຊາຍ, ເສື້ອຜ້າໂຮງງານ ແລະ ອື່ນໆ ເພື່ອເສີມສ້າງຄວາມໝັ້ນໃຈ ແລະ ເສີມສ້າງບຸກຄະລິກກະພາບທີ່ດີໃຫ້ກັບຜູ້ໃຊ້ບໍລິການ.

ອ່ານຕົວຢ່າງ
74-ນັກແນະແນວ
ຫ້ອງສະໝຸດສາຍອາຊີບ08-ໝວດສຶກສາ, ການຝຶກອົບຮົມ, ການພັດທະນາສີມືແຮງງານ

74-ນັກແນະແນວ

ນັກແນະແນວ ແມ່ນຄົນທີ່ໃຫ້ຄຳປຶກສາ, ແນະແນວເປັນລາຍບຸກຄົນ ຫຼື ເປັນກຸ່ມ ເພື່ອຊ່ວຍໃຫ້ບຸກຄົນທີ່ມາຂໍຄຳປຶກສາໃຫ້ໄດ້ຮູ້ຈັກຕົນເອງ, ເຂົ້າໃຈຕົນເອງ, ເຂົ້າໃຈຜູ້ອື່ນ ແລະ ສາມາດຊ່ວຍເຫຼືອຕົນເອງ, ປັບປຸງຕົນເອງ, ແກ້ໄຂບັນຫາ, ວາງແຜນສຶກສາການປະກອບອາຊີບ ແລະ ພັດທະນາຕົນເອງໄດ້ຢ່າງເໝາະສົມດ້ວຍວິທີການຕ່າງໆ ທີ່ຈະຊ່ວຍໃຫ້ບຸກຄົນປັບຕົວຢູ່ໃນສັງຄົມໄດ້ຢ່າງປົກກະຕິ.

ອ່ານຕົວຢ່າງ